Our Service
ບໍລິການ

Factory & agriculture
OSS Laos
ໂຮງງານແປຮູບສິນຄ້າແລະການກະສິກຳ
ເຕົາອົບມັນຕົ້ນລະບົບເຕົາອຸໂມງ High Flow Dryer 2 – Tunnel Generation 2
ຈຸດເດ່ນຂອງລະບົບເຕົາອົບມັນຕົ້ນແບບເຕົາອຸໂມງ
- ເຕັກໂນໂລຢີລ່າສຸດ Tunnel Generation 2
- ລະບົບອົບຕໍ່ເນື່ອງ 24 ຊົ່ວໂມງ ໂດຍບໍ່ມີວັນຫຍຸດ
- ຮັບປະກັນກໍາລັງການຜະລິດສູງ: 2 ຕັນແຫ້ງ/ຊົ່ວໂມງ ຫຼື 48 ຕັນແຫ້ງ/ມື້
- ເໝາະສໍາລັບຜູ້ທີ່ມີແຫຼ່ງວັດຖຸດິບຫົວມັນສົດ100–120 ຕັນ/ມື້ ຕະຫຼອດປີ





ຜົນຕອບແທນທາງທຸລະກິດ
- ຄືນທຶນໄວ ໃນໄລຍະ 1–2 ປີ (ລວມທັງລະບົບອາຄານແລະເຄື່ອງຈັກ)
- ກໍາໄຣສຸດທິຕໍ່ 1 ກິໂລກຣາມ ຕໍ່າສຸດ 1 ບາດ – ສູງສຸດ 3 ບາດ
- ແຜນທຸລະກິດຜ່ານການພິຈາລະນາໂດຍຝ່າຍວິເຄາະຂອງທະນາຄານ
- ພ້ອມຍື່ນຂໍສິນເຊື່ອໄດ້ທັນທີ
ສິດທິພິເສດ & ຂໍ້ກໍານົດ
ຍົກເວັ້ນແຂວງຂອນແກ່ນ (ມີໂຮງງານຫຼັກແລ້ວ)
ຈຳກັດສິດໃນການຕັ້ງໂຮງງານ 1 ໂຮງງານ/1 ແຂວງ ເທົ່ານັ້ນ
ການຈັດການການຂົນສົ່ງໃນການບໍລິການຂົນສົ່ງທາງບົກ, ການຈັດການສິນຄ້ານໍ້າໜັກຫຼາຍ ແລະ ສິນຄ້າຂະໜາດໃຫຍ່, ການສົ່ງມອບການຜ່ານພາສີດ່ວນ ແລະ ການໃຫ້ຄໍາປຶກສາດ້ານການຂົນສົ່ງສາກົນ ແລະ ລ໋ອຈິສຕິກ

Mr. Oudomsith PHILANGAM
Mananging Directorປະລິນຍາຕີ ດ້ານການບໍລິຫານທຸລະກິດ
ປະລິນຍາໂທ ດ້ານໂລຈິສຕິກ
ການບໍລິຫານການຂົນສົ່ງ ທາງບົກ
ການຄຸ້ມຄອງການຂົນສົ່ງສິນຄ້ານ້ຳໜັກຫນັກ ແລະ ສິນຄ້າເກີນຂະໜາດ
ການດຳເນີນການຜ່ານພາສີດ່ວນ
ການໃຫ້ຄຳປຶກສາ ກ່ຽວກັບການຂົນສົ່ງ ແລະ ໂລຈິສຕິກສາກົນ
- ວາງແຜນ ແລະ ຈັດອົງການ/ດໍາເນີນການ ການຂົນສົ່ງທາງບົກ ແລະ ການຜ່ານພາສີທັງໝົດ ຂອງ ບໍລິສັດ EXIM Sole Co., Ltd
- ກຳມະການຜູ້ຈັດການ ຂອງ Oudomsith Sole Co., Ltd ທີ່ມີການປະກອບທຸລະກິດຫຼັກໃນການຂົນສົ່ງທາງບົກ, ລ໋ອຈິສຕິກ, ການຜ່ານພາສີ, ການຄ້າ ແລະ ວຽກກໍ່ສ້າງ
- ການຈັດການການຂົນສົ່ງ ແລະ ການສົ່ງມອບວັດຖຸອຸປະກອນຂອງໂຮງຮຽນປະຖົມຊັ້ນປີທີ 1, 2, 3 ແລະ 4: ປຶ້ມຮຽນ, ຄູ່ມືຄູ ແລະ ວັດຖຸການຮຽນການສອນອື່ນໆ ໃຫ້ແກ່ PESS ແລະ DESB ຂອງໂຄງການ BEQUAL
- ການຈັດການການຂົນສົ່ງ ແລະ ການສົ່ງມອບຂອງໂຮງຮຽນປະຖົມຊັ້ນປີ 1-5, ໂຮງຮຽນມັດທະຍົມຊັ້ນປີ 1-7 ແລະ ວັດຖຸອຸປະກອນ: ປຶ້ມຮຽນ, ຄູ່ມືຄູ ແລະ ວັດຖຸການຮຽນການສອນອື່ນໆ ໃຫ້ແກ່ PESS ແລະ DESB ຂອງໂຄງການ MOES
- ການດໍາເນີນງານ ແລະ ການຈັດການການຂົນສົ່ງພິເສດສໍາລັບຕູ້ເຢັນເກັບວັກຊີນ, ກະຕຸກວັກຊີນ ແລະ ກ່ອງເຢັນ ຈາກສາງ OSS ທີ່ນະຄອນຫຼວງວຽງຈັນ ໄປຍັງໂຮງໝໍແຂວງ, ເມືອງ ແລະ ສະຖານພະຍາບານປະມານ 425 ຈຸດ ໃນເວລາທີ່ມີການລ໋ອກດາວ
- ການດໍາເນີນງານ ແລະ ການຈັດການການຂົນສົ່ງເບຍລາວ
- ການຈັດການການຂົນສົ່ງ ແລະ ການກະຈາຍສໍາລັບໂຄງການອາຫານຂອງໂຮງຮຽນ ຊຶ່ງປະກອບມີ ເຂົ້າ, ເລນຕິນ, ປາກະປ໋ອງ, ນ້ໍາມັນ,ເຄື່ອງປຸງອາຫານ ແລະ ວັດຖຸອື່ນໆ ຈາກສາງ WFP ໄປຍັງ 533 ໂຮງຮຽນໃນ 16 ເມືອງ
ປີ 2009 ດຳເນີນທຸລະກິດ ບໍລິສັດ ອຸດົມສິດ ທ່ອງທ່ຽວ ຈຳກັດຜູ້ດຽວ
- ຮັບນັກທ່ອງທ່ຽວຕ່າງປະເທດ ມາທ່ຽວ ສປປລາວ
ປີ 2016 ດໍາເນີນທຸລະກິດ ບໍລິສັດ ອຸດົມສິດ ຈໍາກັດຜູ້ດຽວ
- ທຸລະກິດຂົນສົ່ງສິນຄ້າ ຂອງໂຄງການຕ່າງໆ ທົ່ວປະເທດ
- ອອກແບບກໍ່ສ້າງສ້ອມແປງ ຂົວ-ທາງ ແລະ ເຄຫາສະຖານ
- ຮ່ວມເຮັດໂຄງການ ຂຸດຄົ້ນປຸງແຕ່ງ ແລະ ສົ່ງອອກແຮ່ເຫລັກ
- ຈັດຊື້້ວັດສະດຸອຸປະກອນ ສະໜອງໃຫ້ບັນດາໂຄງການຕ່າງໆໃນລາວ
- ລະບົບຄຸ້ມຄອງກ້ອງ AI CCTV
ປີ 2023 ດໍາເນີນທຸລະກິດ ບໍລິສັດ ອຸດົມສິດ ການຄ້າ ຂາອອກ-ຂາເຂົ້ົາ ຈໍາກັດຜູ້ດຽວ
- ດໍາເນີນທຸລະກິດ ໂຮງງານຢາງພາລາ ໂພນໂຮງ ແຂວງວຽງຈັນ
- ດໍາເນີນທຸລະກິດ ເກັບຊື້ມັນແຫ້ງ ແລະສົ່ງອອກ ໄປຕ່າງປະເທດ
- ດໍາເນີນທຸລະກິດ ສົ່ງອອກ ສິນຄ້າປະເພດ ກາເຟ
ສອບຖາມເຮົາຕ້ອງການສອບຖາມເພີ່ມເຕີມ?